ໃນລະຫວ່າງວັນທີ 09 -11 ແລະ ວັນທີ 20 – 23 ເດືອນ ພະຈິກ 2017, ທີ່ ບາງກອກ, ປະເທດ ໄທ ສະມາຄົມ​ທະນາຄານ​ໄທ​ຮ່ວມ​ກັບ​ທະນາຄານ​ແຫ່ງ​ປະ​ເທດ​ໄທ ​ແລະ ມະຫາວິທະຍາໄ​ລທຳ​ມະ​ສາດ​ແຫ່ງ​ປະ​ເທດ​ໄທ ໄດ້ຈັດຝຶກອົບຮົມຫຼັກສູດ CLMVT-Bankers’ Leadership Program ເພື່ອສົ່ງເສີມຜູ້ບໍລິຫານລະດັບສູງໃນພາກການເງິນຂອງກຸ່ມປະເທດ CLMVT ໄດ້ແກ່ ( ກໍາປູເຈຍ, ລາວ, ມຽນມ້າ, ຫວຽດນາມ ແລະ ໄທ ) ທີ່ມີບົດບາດໃນການຊຸກຍູ້ນະໂຍບາຍທີ່ສໍາຄັນ ໃຫ້ມີຄວາມຮູ້ຄວາມເຂົ້າໃຈໃນລະບົບເສດຖະກິດການເງິນຢ່າງເລິກເຊິງ ເຊິ່ງຈະຊ່ວຍໃຫ້ການວາງແຜນພັດທະນາລະບົບການເງິນໃນປະເທດຕົນໃຫ້ມີປະສິດທິພາບ ແລະ ເຕີບໂຕຢ່າງໝັ້ນຄົງ, ລວມເຖິງໄດ້ມີໂອກາດຮຽນຮູ້ ແລະ ແລກປ່ຽນປະສົບການລະຫວ່າງກັນເພື່ອສົ່ງເສີມການສ້າງຄວາມສໍາພັນອັນດີລະຫວ່າງຜູ້ບໍລິຫານລະດັບສູງໃນດ້ານການເງິນ ແລະ ໜ່ວຍງານເສດຖະກິດການເງິນຂອງໄທກັບກຸ່ມ CLMVT ເຊິ່ງຈະຊ່ວຍໃນການສ້າງນະໂຍບາຍສ້າງຄວາມເຊື່ອມໂຍງທາງການເງິນ ( Financial Connectivity ) ລະຫວ່າງກັນ ອີກທັ້ງຈະເປັນປະໂຫຍດໃນການສະໜັບສະໜູນຄວາມຮ່ວມມື ທາງເສດຖະກິດລະຫວ່າງກັນໃນດ້ານອື່ນໆອີກດ້ວຍ. ເຊິ່ງໃນປີ 2017 ນີ້ ມີຄະນະບໍລິຫານຈາກບັນດາທະນາຄານທີ່ເປັນສມະຊິກຂອງສະມາຄົມທະນາຄານລາວລາວເຂົ້າຮ່ວມທັງໝົດ ຈໍານວນ 05 ທ່ານ.



Source: https://www.bot.or.th/Thai/AboutBOT/Activities/Pages/CLMVT-Bankers%27-Leadership.aspx