ສະມາຄົມທະນາຄານລາວ ສ້າງຕັ້ງຂຶ້ນໃນປີ 2001, ມີບົດບາດໃນການເຕົ້າໂຮມເປັນອົງກອນຈັດຕັ້ງທີ່ເປັນຕົວແທນແກ່ບັນດາທະນາຄານທຸລະກິດເພື່ອເປັນຂົວຕໍ່ລະຫວ່າງທະນາຄານທຸລະກິດໃນການເຕົ້າໂຮມຄວາມເຫັນຂອງ ບັນດາ ສະມາຊິກທະນາຄານທຸລະກິດສະເໜີ ແລະ ປະກອບຄຳເຫັນຂອງບັນດາສະມາຊິກທະນາຄານທຸລະກິດປະກອບຄຳເຫັນຕໍ່ແຜນພັດທະນາເສດຖະກິດ ແລະບັນດາແຜນຍຸດທະສາດພັດທະນາລະບົບສະຖາບັນການເງິນ-ການທະນາຄານ.
ສະມາຄົມທະນາຄານລາວປະຈຸບັນມີສະມາຊິກທີ່ເປັນທະນາຄານທຸລະກິດທັງໝົດ 18 ທະນາຄານ ປະກອບດ້ວຍ 03 ທະນາຄານທຸລະກິດລັດ, 03 ທະນາຄານທຸລະກິດລັດຮ່ວມທືນ, 06 ທະນາຄານທຸລະກິດເອກະຊົນ, 05 ທະນາຄານທຸລະກິດທີ່ເປັນບໍລິສັດລູກຂອງຕ່າງປະເທດ ແລະ 01 ທະນາຄານທຸລະກິດສາຂາຕ່າງປະເທດ. ໂດຍອົງປະກອບ ແລະ ການບໍລິການຂອງທະນາຄານທຸລະກິດເຫລົ່ານີ້ ຈື່ງຊ່ວຍໃຫ້ສະມາຄົມທະນາຄານລາວສາມາດເປັນອົງການຈັດຕັ້ງທີ່ເປັນຕົວແທນແກ່ບັນດາທະນາຄານທຸລະກິດ ທີ່ສາມາດສ້າງ ແລະ ສະໜອງການບໍລິການທາງດ້ານການເງິນ ແກ່ຄວາມຕ້ອງການ ແກ່ການພັດທະນາທຸລະກິດ ແລະ ຕອບສະໜອງຄວາມຕ້ອງການຂອງສັງຄົມແຕ່ລະໄລຍະ.
ສະມາຄົມທະນາຄານລາວໄດ້ເຂົ້າເປັນສະມາຊິກຂອງສະມາຄົມທະນາຄານອາຊຽນ ໃນປີ 2004, ເຮັດໃຫ້ສະມາຄົມທະນາຄານ ລາວ ມີບົດບາດ ເປັນຕົວແທນໃຫ້ບັນດາທະນາຄານທຸລະກິດລາວ ໃນອາຊຽນເພື່ອປະກອບຄໍາເຫັນຕໍ່ບັນດາແຜນງານ ແລະ ວິໃສທັດຂອງປະຊາຄົມເສດຖະກິດອາຊຽນ, ເປັນອົງການຈັດຕັ້ງຕາງໜ້າຂອງ ທະນາຄານທຸລະກິດໃນການປະສານງານກັບບັນດາສະມາຄົມທະນາຄານ 09 ປະເທດອາຊຽນ ແລະ ພ້ອມທັງເປັນອົງກອນທີ່ ມີຄວາມອາດສາມາດໃນການຍາດແຍ່ງການຮ່ວມມື ແລະ ການຊ່ວຍເຫລືອ ຈາກອົງການຈັດຕັ້ງສາກົນທັງພາຍໃນ ແລະ ຕ່າງປະເທດ ໃນການຈັດກອງປະຊຸມ, ສໍາມະນາ ແລະ ເວທີປຶກສາຫາຫລືການພັດທະນາຂົງເຂດທະນາຄານ-ການເງິນ.