ວຽງຈັນ, 23 ພຶດສະພາ 2019 –ສະມາຄົມທະນາຄານລາວໄດ້ຈັດກອງປະຊຸມຝຶກອົບຮົມກ່ຽວກັບການຄຸ້ມຄອງຄວາມສ່ຽງ ທີ່ກ່ຽວຂ້ອງກັບການລົງທຶນສໍາລັບສະຖາບັນການເງິນ ໃນ ສປປ ລາວ, ບັນດາທະນາຄານທຸລະກິດທີ່ດໍາເນີນທຸລະກິດ,ການຝຶກອົບຮົມແມ່ນໄດ້ຮັບການຊ່ວຍເຫລືອຈາກ ອົງການ ຊ່ວຍເຫລືອທາງດ້ານວິທະຍາສາດ ແລະ ຊ່ວຍເຫລືອດ້ານວິຊາການ (CRDF GLOBAL) ແລະ ໜ່ວຍງານວິຊາການຄົ້ນຄວ້າ ກ່ຽວກັບ ຄົ້ນຄວ້າ ຄວາມສ່ຽງ ດ້ານການເງິນ (Kharon).
![]()
ການຝຶກອົບຮົມຄັ້ງນີ້ແມ່ນ ເທື່ອທໍາອິດ ທີ່ ສະມາຄົມທະນາຄານລາວ ເປັນເຈົ້າການໃນການກະກຽມ ແລະ ປະສານງານກັບອົງການຈັດຕັ້ງສາກົນ ເຊັ່ນ CRDFGLOBAL ແລະ Kharon ຈັດກອງປະຊຸມຝຶກອົບຮົມ ໃຫ້ແກ່ພະນັກງານຮັບຜິດຊອບວຽກງານບໍລິຫານຄວາມສ່ຽງ ຈາກ 17 ທະນາຄານທຸລະກິດເຂົ້າຮ່ວມ ແລະ ຜູ້ຕາງໜ້າຈາກ ສໍານັກງານຂໍ້ມູນຂ່າວສານຕ້ານການຟອກເງິນ, ທະນາຄານແຫ່ງ ສປປ ລາວ ເຂົ້າຮ່ວມ. ການປະຊຸມແມ່ນຈະໄດ້ດໍາເນີນ ໜື່ງວັນ ໂດຍຜູ້ບັນຍາຍຈາກສາກົນແມ່ນຈະໄດ້ນໍາສະເໜີພາກປະຕິບັນດ້ານການຄຸ້ມຄອງ ແລະ ບໍລິຫານຄວາມສ່ຽງ ໃນຂົງເຂດການບໍລິການຂອງ ທະນາຄານທຸລະກິດສາມາດໄດ້ຮຽນ ແລະ ນໍາໃຊ້ຂໍ້ມູນຂ່າວສານກ່ຽວກັບການຄ້ວມກອງປະຊຸມຝຶກອົບຮົມຄັ້ງນີ້ແມ່ນ ເທື່ອທໍາອິດ ທີ່ ທາງ ສະມາຄົມທະນາຄານລາວ ເປັນເຈົ້າ ການໃນການກະກຽມ ແລະ ປະສານງານກັບອົງການຈັດຕັ້ງສາກົນ ເຊັ່ນ CRDFGLOBAL ແລະ Kharon ຈັດ ກອງປະຊຸມຝຶກອົບຮົມ ເພື່ອສ້າງຄວາມສາມາດ ດ້ານການຄຸ້ມຄອງ ແລະ ບໍລິຫານຄວາມສ່ຽງ ໃນຂົງເຂດການບໍລິການຂອງ ທະນາຄານທຸລະກິດ, ເປັນການແລກປ່ຽນບົດຮຽນດ້ານຄວາມປອດໄພ ແລະ ຮັບຮູ້ເຖິງກໍ່ລະນີ ການຄວາມ ບາດຂອງ ສາກົນ ທີ່ອາດເປັນຜົນກະທົບຕໍ່ການບໍລິການທະນາຄານ.ບາດທາງດ້ານເສດຖະກິດຈາກອົງການຈັດຕັ້ງສາກົນ ແລະ ຮູບແບບການຄ້າ-ການຂົນສົ່ງທີ່ອາດຈະເປັນການເຊື່ອມໃນການຟອກເງິນ.ການຝຶກອົບຮົມຈະມີການແລກປ່ຽນບົດຮຽນດ້ານຄວາມປອດໄພທະນາຄານຈາກບັນດາ 17 ທະນາຄານທຸລະກິດທີ່ເຂົ້າຮ່ວມ, ເພື່ອຮັບປະກັນໃຫ້ການບໍລິການຂອງທະນາຄານທຸລະກິດ ໃນ ສປປ ລາວ ມີຄວາມປອດໄພ ແລະ ສ້າງຄວາມເຊື້ອໝັ້ນແກ່ລູກຄ້າຂອງທະນາຄານທີ່ເປັນນັກລົງທຶນພາຍໃນ ແລະ ຕ່າງປະເທດ.
![]()
ສະມາຄົມທະນາຄານລາວສ້າງຕັ້ງຂື້ນໃນປີ 2001 ແລະເຂົ້າເປັນສະມາຊິກຂອງສະມາຄົມທະນາຄານອາຊຽນໃນປີ2004, ເຄື່ອນໄຫວໃນຂອບເຂດພາຍໃນປະເທດໃນການເຕົ້າໂຮມຄວາມສາມັກຄີບັນດາທະນາຄານທຸລະກິດ ໃຫ້ເຄື່ອນໄຫວຕອບສະໜອງຕາມຄວາມຕ້ອງການແກ່ການຂະຫຍາຍຕົວທຸລະກິດແຕ່ລະໄລຍະ, ສະມາຄົມທະນາຄານລາວ ຍັງເຄື່ອນໄຫວເປັນຕົວແທນໃຫ້ແກ່ບັນດາທະນາຄານທຸລະກິດດຶງດູດການລົງທຶນ, ການຮ່ວມມືການບໍລິການການເງິນ ແລະການພັດທະນາເຕັກໂນໂລຊີມາຮັບໃຊ້ແກ່ການບໍລິການການເງິນສະໜອງແກ່ ການຄ້າ ແລະການລົງທືນ ກໍ່ຄືການຈັດຕັ້ງປະບັດບັນດາແຜນການເຊື່ອມໂຍງປະຊາຄົມເສດຖະກິດອາຊຽນ.

