ສືບຕໍ່ຈາກປີ 2017 ເຊິ່ງໄດ້ຮັບຜົນຕອບຮັບໃນທິດທາງທີ່ດີ ດັ່ງນັ້ນ ໃນລະຫວ່າງວັນທີ 04 -08 ເດືອນ ຕຸລາ ປີ 2018 ໂດຍສະມາຄົມທະນາຄານໄທຮ່ວມກັບທະນາຄານແຫ່ງປະເທດໄທ ໄດ້ສືບຕໍ່ການຈັດຝຶກອົບຮົມຫຼັກ CLMVT Bankers’ Leadership Program 2018 ທີ່ ບາງກອກ ປະເທດໄທ, ເພື່ອເປີດໂອກາດໃຫ້ຜູ້ບໍລິ ຫານຂອງບັນດາປະເທດ CLMVT ໄດ້ແກ່: ກໍາປູເຈຍ, ລາວ, ມຽນມ້າ, ຫວຽດນາມ ແລະ ໄທ, ໄດ້ແລກປ່ຽນ ຄວາມຄິດເຫັນ ແລະ ຮຽນຮູ້ນະວັດຕະກໍາທີ່ກໍາລັງເກີດຂຶ້ນໃນພາກການເງິນຮ່ວມກັນເພື່ອຊຸກຍູ້ການຮ່ວມມືທາງ ການເງິນໃນພາກພື້ນ.


Source1: https://www.facebook.com/bankofthailandofficial/posts/722620968087333/

Source 2: https://www.facebook.com/pg/clmvtbankerslp/photos/?tab=album&album_id=885464941621503&ref=page_internal