ວຽງຈັນ, 23 ພຶດສະພາ 2019 –ສະມາຄົມທະນາຄານລາວໄດ້ຈັດກອງປະຊຸມຝຶກອົບຮົມກ່ຽວກັບການຄຸ້ມຄອງຄວາມສ່ຽງ ທີ່ກ່ຽວຂ້ອງກັບການລົງທຶນສໍາລັບສະຖາບັນການເງິນ ໃນ ສປປ ລາວ, ບັນດາທະນາຄານທຸລະກິດທີ່ດໍາເນີນທຸລະກິດ,ການຝຶກອົບຮົມແມ່ນໄດ້ຮັບການຊ່ວຍເຫລືອຈາກ ອົງການ ຊ່ວຍເຫລືອທາງດ້ານວິທະຍາສາດ ແລະ ຊ່ວຍເຫລືອດ້ານວິຊາການ (CRDF GLOBAL) ແລະ ໜ່ວຍງານວິຊາການຄົ້ນຄວ້າ ກ່ຽວກັບ ຄົ້ນຄວ້າ ຄວາມສ່ຽງ ດ້ານການເງິນ (Kharon). ການຝຶກອົບຮົມຄັ້ງນີ້ແມ່ນ ເທື່ອທໍາອິດ ທີ່ ສະມາຄົມທະນາຄານລາວ ເປັນເຈົ້າການໃນການກະກຽມ ແລະ ປະສານງານກັບອົງການຈັດຕັ້ງສາກົນ ເຊັ່ນ CRDFGLOBAL ແລະ  Kharon ຈັດກອງປະຊຸມຝຶກອົບຮົມ ໃຫ້ແກ່ພະນັກງານຮັບຜິດຊອບວຽກງານບໍລິຫານຄວາມສ່ຽງ ຈາກ 17 ທະນາຄານທຸລະກິດເຂົ້າຮ່ວມ ແລະ ຜູ້ຕາງໜ້າຈາກ ສໍານັກງານຂໍ້ມູນຂ່າວສານຕ້ານການຟອກເງິນ, ທະນາຄານແຫ່ງ…

read more